วันศุกร์ที่ 1 มิถุนายน พ.ศ. 2561

ມັກຄະມີອົງ8

         ມັກຄະມີອົງ8
1 ສັມມາທິດຖິ ປັນຍາອັນທີເຫັນຖືກຕ້ອງຄືເຫັນຕາມອະຣິຍະສັດສີ່
2 ສັມມາສັງກັປປະ ຄວາມຄິດຖືກຕ້ອງ ຄິດທີຈະອອກຈາກກາມ-ຄິດບໍ່ພະຍາບາດ-ຄິດບໍ່ບຽດບຽນ
3 ສັມມາວາຈາ ເຈຣະຈາຖືກຕ້ອງຄືເວັນຈາກການທຸຈະຣິດສີ່ຢ່າງ
4  ສັມມາກັມມັນຕະ ເຮັດວຽກຖືກຕ້ອງຄືເວັນຈາກກາຍທຸຈະຣິດສາມຢ່າງ
5ສັມມາອາຊີວະລ້ຽງຊີວິດຖືກຕ້ອງຄືເວັນຄືເວັນຈາກການລ້ຽງຊີວດໃນທາງທີຜິດ
6 ສັມມາວາຍາມະ ມີຄວາມພຽນຖືກຕ້ອງຄືພຽນໃນຖານະທັງສີ່
7 ສັນທາຄະຕິ  ມີຄວາມຣະນຶກຖືກຕ້ອງຄືຣະນຶກໃນສະຕິປັດຖານ4
8 ສັມມາສະມາທິ ມີຄວາມຕັ້ງໃຈໄວ້ຢ່າງຖືກຕ້ອງຄືຈະເລີນຊານທັງ4

#ໃນອົງມັກທັງ8ນັ້ນເຫັນຖືກຕ້ອງຄວາມຄິດຖືກຕ້ອງສົງເຄາະເຂົ້າໃນປັນຍາສິກຂາບົດເຈລະຈາຖືກຕ້ອງ,ເຮັດວຽກຖືກຕ້ອງ,ລ້ຽງຊີວິດຖືກຕ້ອງ,ສົ່ງເຄາະເຂົ້າໃນສິນສິກຂາ,ມີຄວາມພຽນຖືກຕ້ອງ,ມີສະຕິຖືກຕ້ອງຕັ້ງໃຈໄວ້ໃນຄວາມຖືກຕ້ອງສົງເຄາະເຂົ້າໃນຈິດຕະສິກ
#ອະຣິຍະມັກ8ປະການນີ້ເປັນທາງດຳເນີນໄປສູ່ສັນຕິເຊິ່ງສັມຕິໃນພຣະພຸທພົມນີ້້ໝາຍເຖິງພຣະນິພານອັນເປັນໂລກຸດຕະລະທັມຜູ້ປະສົງຈະບັນລຸພຣະນິພານອັນເປັນສັນທີສູງສຸດເພິ່ງປະຕິບັດອະຣິຍະມັກ8ປະການນີ້ເມື່ອປະຕິບັດຕາມບໍ່ໄດ້ພຽງພໍກໍຍ່ອມຈະທັມໃຫ້ບັນລຸສັນຕິທີເປັນໂລກິຍະຕາມຄວນແກ່ການປະຕິບັດເພື່ອໃຫ້ເກີດອະຣິຍະມັກ8ນີ້ຄືການປະຕິບັດວິປັດສະນາກັມມະຖານຕາມແນວທາງສະຕິປັດຖານດັ່ງທີກ່າວມາແລ້ວ

#ມັກຄະແປວ່າ ຫົນທາງຫລືແປວ່າທັມເປັນເຄື່ອງຂ້າເສຍເຊິ່ງກິເລດທັງ8ປະການນີ້ເປັນວິທີຈະໃຫ້ດຳເນີນໄປສູ່ນິພານເຊິ່ງເປັນຍອດປາຖະຫນາຂອງສາທຸຊົນຢ່າງຍິ່ງໂດຍເຫດນີ້ີ້ຈິ່ງມີນາມວ່າມັກຄະໃນການລ້ຽງຊີວິດນັ້ນຖ້າເປັນຄາລະວາດເພິ່ງເວັ້ນຈາກມິດສາວານິຊຊາ(ຄືການຄ້າຂາຍບໍ່ຖືກຕ້ອງຕາມທັມສີ່ຢ່າງ)ການຕັ້ງໃຈໄວ້ຖືກຕ້ອງຄືຈະເລີນຊານສີ່ນັ້ນຄື1ປະຖົມຊານ2ທຸຕິຊານ3ຕະຕິຊານ4ຈະຕຸຕຖະຊານ

วันพฤหัสบดีที่ 10 พฤษภาคม พ.ศ. 2561

   ຄຳວ່າພາສາແມ່ນມາຈາກຄຳເຄົ້າສັບພາສາສັນສະກິດ ຄຳວ່າພາສາ ແປວ່າ ເວົ້າ,ເພາະວ່າຄົນເຮົາສ່ວນໃຫຍ່ຖືເອົາການເວົ້າເປັນສືກາງສະແດງໃຫ້ຮູ້ຄວາມໝາຍຂການພົວພັນ. ດັ່ງນັ້ນ ຄຳວ່າພາສາຈິ່ງເປັນຕົວແທນໃຫ້ສື່ຕ່າງໆທີເຮັດໃຫ້ຄົນເຂົ້າໃຈຄວາມໝາຍ ຄວາມຈິ່ງແລ້ວ ພາສາບໍ່ໄດ້ໝາຍເອົາສະເພາະແຕ່ການເວົ້າເທົ່ານັ້ນ,ແຕ່ຫາກຍັງໝາຍເຖິງການສະແດງອອກດ້ວຍພຶດຕິກ່ຳຕ່າງໆທີສາມາດເຮັດໃຫ້ຜູ້ທີຕົນສື່ຫານັ້ນເຂົ້າໃຈຄວາມໝາຍ

ມັກຄະມີອົງ8

         ມັກຄະມີອົງ8 1 ສັມມາທິດຖິ ປັນຍາອັນທີເຫັນຖືກຕ້ອງຄືເຫັນຕາມອະຣິຍະສັດສີ່ 2 ສັມມາສັງກັປປະ ຄວາມຄິດຖືກຕ້ອງ ຄິດທີຈະອອກຈາກກາມ-ຄິດບໍ່ພະຍາບາດ...